ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ລົງທຶນ​ຈຳນວນ​ຫຼາຍ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ​ທີ່​ຂຶ້ນ​ກັບ​ລາວ ແລະ ກຳປູເຈຍ


     ອີງ​ຕາມ​ລາຍ​ງານ​ຈາກ​ວິ ທະຍຸ​ກະຈາຍສຽງ​ຫວຽດນາມ ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 28 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ຕອນ​ເຊົ້າ​ວັນ​ທີ 27
ກຸມພາ 2024, ຢູ່​ແຂວງ ອັດ​ຕະ​ປື, ທາງ​ພາກ​ໃຕ້​ລາວ, ໄດ້​ໄຂ​ກອງ​ປະຊຸມ​ສົ່ງເສີມ​ການ​ຄ້າ, ການ​ລົງທຶນ ແລະ ການທ່ອງທ່ຽວ​ເຂດ​ສາມ
ຫຼ່ຽມ​ພັດທະນາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງ​ທີ 13. ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ມີ​ບັນດາ​ຜູ້ຕາງໜ້າ​ເຊິ່ງ​ເປັນ​ການ​ນຳ​
ບັນດາ​ກະຊວງ, ຂະແໜງການ​ທີ່​ກ່ຽວຂ້ອງ​ຂອງ 3 ປະເທດ; ຄະນະ​ປົກຄອງ, ບັນດາ​ພະ​ແໜກ, ຂະແໜງການ ແລະ ວິ​ສາ​ຫະ​ກິດ​ຂອງ 13
ແຂວງ ເຂດ 3 ຫຼ່ຽມ​ພັດທະນາ, ລວມ​ມີ: ກອນ​ຕຸມ, ຢາ​ລາຍ, ດັກ​ລັກ, ດັກ​ນົງ, ບິ່ງ​ເຟືອກ (ຫວຽດນາມ); ເຊ​ກອງ, ອັດ​ຕະ​ປື, ສາລາ​ວັນ,
ຈຳປາ​ສັກ (​ສປປ ລາວ) ແລະ Stung Treng, Rattanakiri, Mondul Kiri, Kratie (ປະເທດ ກຳປູເຈຍ).

     ກອງ​ປະຊຸມ​ໄດ້​ຕີ​ລາຄາ​ໝາກ ຜົນ​ແຫ່ງ​ການ​ຊຸກຍູ້​ວຽກ​ງານ​ສົ່ງເສີມ​ການ​ລົງທຶນ, ການ​ຄ້າ ແລະ ການທ່ອງທ່ຽວ​ຂອງ​ແຕ່​ລະ​ປະເທດ
ແລະ ຂອງ​ທ້ອງຖິ່ນ​ຕ່າງໆ ​ໃນບັນດາ​ແຂວງ​ໃນ​ເຂດ CLV; ນອກ​ນັ້ນ ຍັງ​ໄດ້​ຕີ​ລາຄາ​ສະພາບ​ການ, ກຳນົດ​ສິ່ງ​ຈຳກັດ, ຄວາມ​ຫຍຸ້ງຍາກ, ກາ
ລະ​ໂອກາດ ແລະ ກຳນົດ​ມາດ​ຕະການ​ແກ້​ໄຂ​ອັນ​ແທດ​ຈິງ, ມີ​ຄວາມ​ສະໜິດ​ຕິດ​ພັນ​ກວ່​​າ​ໃນ​ແຕ່​ລະ​ຂົງເຂດ​ການ​ລົງທຶນ, ການ​ຄ້າ ແລະ ການ
ທ່ອງທ່ຽວ ເພື່ອ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດທິ​ຜົນໃນ​ການ​ດຶງ​ດູດ​ບັນດາ​ແຫຼ່ງ​ກຳລັງ, ຂຸດ​ຄົ້ນ​ນຳ​ໃຊ້​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​
ໄດ້​ປຽບ ຂອງ​ແຕ່​ລະ​ທ້ອງຖິ່ນ, ແຕ່​ລະ​ປະເທດ​ຢູ່​ເຂດ CLV, ປະກອບສ່ວນ​ພັດທະນາ​ເສດຖະກິດ-ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ​ທຸກ​ຍາກ
ແລະ ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ, ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະເທດ ຫວຽດ ນ​​າມ-ລາວ-ກຳປູເຈຍ.

     ໃນ​ເຂດ​ສາມຫຼ່ຽມ​ພັດທະນາ​ທີ່​ຂຶ້ນ​ກັບ​ລາວ ແລະ ກຳປູເຈຍ, ຫວຽດນາມ ມີ 110 ໂຄງການ​ລົງທຶນ​ດ້ວຍ​ທຶນ​ຈົດ​ທະບຽນ​ລົງທຶນ​ກວ່​​າ 3,7
ຕື້​ໂດ​ລາ​ສະຫະລັດ (ກວມ​ກວ່​​າ 24% ຍອດ​ຈຳ ນວນ​ໂຄງການ ແລະ ກວ່​​າ 44% ທຶນ​ຈົດ​ທະບຽນ​ລົງທຶນ​ຢູ່​ລາວ ແລະ ກຳປູເຈຍ ເວົ້າ​ລວມ).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/03/2024